ການແນະນໍາໂບດແຫ່ງອ້າຍເອື້ອຍນ້ອງໃນພຣະຄຣິສທ໌.

[ແປຈາກສະບັບພາສາອັງກິດ : Introducing the Christadelphians. ຜູ້ຂຽນ : Sam Dando]

 

ໂບດແຫ່ງອ້າຍເອື້ອຍນ້ອງໃນພຣະຄຣິສທ໌ ແມ່ນຮ່າງກາຍຂອງຄົນທີ່ເຊື່ອຖືສາສະໜາຜູ້ທີ່ພະຍາຍາມກັບໄປຫາຄວາມສັດທາ ແລະ ຄຸນລັກສະນະຂອງໂບດຄຣີສຕຽນໃນເມື່ອກ່ອນ. ຊື່ຂອງ “Christadelphians” ມາຈາກພາສາເກຣັກສອງຄໍາຄື: ໂຕ d ໝາຍເຖີງ: “ອ້າຍ (ແລະ ນ້ອງສາວ) ໃນຄຣີສ”. (ກັບໄພ່ພົນແລະອ້າຍນ້ອງທີ່ຊື່ສັດໃນພຣະເຢຊູຄຣິດທີ່ຢູ່ໃນເມືອງໂກໂລຊີ. ໂກໂລຊາຍ 1:2; ເຮັບເຣີ 2:11)

ພວກເຮົາຍອມຮັບ ພະຄໍາພີໄບເບີລ ເໝືອນການແນະນໍາ ແລະ ຄວາມເຊື່ອຖືທີ່ເປັນຄໍາດົນບັນດານໃຈຂອງພະເຈົ້າ. ສະມາຊິກໄດ້ຖືກຂະຫຍາຍເຖີງສິ່ງດັ່ງກ່າວກັບຄວາມເຊື່ອທີ່ເໝືອນກັນ ຫຼັງຈາກຖືກລ້າງບາບ (ຈຸ່ມນໍ້າຢ່າງເຕັມຕົວ).

ພວກເຮົາດໍາລົງຢູ່ໃນຫຼາຍໆປະເທດທົ່ວທຸກມູມໂລກນີ້ກັບກຸ່ມໃຫຍ່ຂອງ ໂບດແຫ່ງອ້າຍເອື້ອຍນ້ອງໃນພຣະຄຣິສທ໌ ໃນອົສເທຣເລຍ ແລະ ນີວຊີແລນ, ລາຊະອານາຈັກ, ຢູໂຣບ, ອາເມລິກາເໜືອ, ໃຕ້, ຕາເວັນອອກ ແລະ ອາຊີຕາເວັນອອກສ່ຽງໃຕ້ ແລະ ອາຟຣິກກາ. ພວກເຮົາພົບກັນຢູ່ໂບດ, ບ້ານ ແລະ ບ່ອນເຊົ່າຕ່າງໆ ເຊັ່ນ: ຫ້ອງຮຽນ, ບາງທີອາດມີໃນຕົ້ນສັດຕະວັດທໍາອິດຂອງຄຣີສຕຽນເຊັ່ນກັນ. (ກິດຈະການ 1:13-14; 2:46-47; 18:7; 19:9; 28:30)

ພວກເຮົາຖືກຈັດວາງເປັນຊຸມຊົນໂດຍທົ່ວໆໄປຫຼັງຈາກສັດຕະວັດທໍາອິດຂອງຄຣີສຕຽນ. ແຕ່ລະປະຊາຄົມ(ໂບດ) ເປັນອິດສະຫຼະໂດຍປາສະຈາກການຈ່າຍໃຫ້ຄູບາ ຫຼື ຊັ້ນຜູ້ໃຫຍ່ຂອງໂບດ. ໂບດທ້ອງຖີ່ນແຕ່ລະແຫ່ງໄດ້ເລືອກຕັ້ງຄະນະກໍາມະການໜ້ອຍເພື່ອຈັດການກັບກິດຈະກໍາຕ່າງໆຂອງໂບດ ແຕ່, ຄະນະກໍາມະການດັ່ງກ່າວຮັບຜິດຊອບຕໍ່ສະມາຊີກຂອງໂບດ.

ສະມາຊິກທັງໝົດໄດ້ທຸ້ມເທເວລາ ແລະ ເຫື່ອແຮງຂອງເຂົາເພື່ອຮັບໃຊ້ພະເຈົ້າ. ຄວາມເຊື່ອຖືອັນແຮງກ້າດັ່ງກ່າວໄດ້ຜູກມັດຊຸມຊົນໃຫ້ເປັນອັນໜຶ່ງອັນດຽວກັນ. (ໂຣມ 12:4-8; 1 ໂກຣິນໂທ 12:4-27; ຄາລາເຕຍ 3:28).

 

ຈຸດເລີ່ມຕົ້ນ.

ຫຼາຍທ່ານເຊື່ອວ່າ ຕັ້ງແຕ່ບັນດາອັກຄະສາວົກໄດ້ສ້າງແຮງສັດທາເປັນໂບດແຫ່ງອ້າຍເອື້ອຍນ້ອງໃນພຣະຄຣິສທ໌. ມັນມີຈໍານວນຊຸມຊົນທີ່ນັບບໍ່ຖ້ວນຢູ່ໃນໂລກນີ້ ໄດ້ຕັ້ງໜ້າຮໍ່າຮຽນພະຄໍາພີໄບເບີລ ແລະ ຍອມຮັບພະຄໍາສອນດັ່ງກ່າວ.

ໂບດແຫ່ງອ້າຍເອື້ອຍນ້ອງໃນພຣະຄຣິສທ໌ ຄື ຮ່ອງຮອຍສະເພາະທີ່ມີຊີວິດຊີວາໃນປະຫວັດສາດເຖີງຊ່ວງກາງຊຸມປີ 1800. ປີ 1830, ນັກຟີຊິກສາດຊາວອັງກິດຊື່ວ່າ ຈອນ ໂທມັສ ໄດ້ເດີນເຮືອໄປເຖີງອາເມລິກາ. ໃນການເດີນທາງດັ່ງກ່າວ, ກໍາປັ່ນໄດ້ປະສົບກັບສິ່ງທີ່ບໍ່ຄາດ ເຊັ່ນ: ອາກາດບໍ່ດີ ເຮັດໃຫ້ກໍາປັ່ນເກືອບຈົມລົງ. ໃນໄລຍະທໍາອິດ, ດຣ. ໂທມັສ ໄດ້ປະເຊີນໜ້າກັບຄວາມຈີງຂອງຊີວິດແຫ່ງຄວາມຕາຍຂອງລາວເອງ ແລະ ໄດ້ຕົກໃຈຈົນຮູ້ວ່າ ລາວບໍ່ແນ່ໃຈສີ່ງທີ່ຢູ່ນອກເໜືອການຕາຍ. ໃນທ່າມກາງຂອງພະຍຸ ລາວປະກາດວ່າ ລາວຈະລອດບໍ, ລາວຈະບໍ່ຢຸດພັກຈົນກວ່າຈະພົບຄໍາຕອບທີ່ພໍໃຈ. ລາວກໍລອດ ແລະ ເກັບຄໍາປະກາດຂອງລາວ ເຊິ່ງເປັນການເລີ່ມຕົ້ນຄົ້ນຫາຊີວິດທີ່ຍືນຍາວເພື່ອຂໍ້ເທັດຈີງຂອງພະຄໍາພີໄບເບີລ.

ມັນໃກ້ຈະກາຍເປັນຫຼັກຖານວ່າ ມີຄໍາສອນຫຼາຍຕໍ່ຫຼາຍທີ່ນິຍົມຄິດ ແລະ ເຊື່ອວ່າມັນບໍ່ສອດຄ່ອງກັບພະຄໍາພີໄບເບີລ. ເປັນອັນທີ່ບໍ່ໜ້າພໍໃຈ, ດຣ. ໂທມັສ ຈຶ່ງໄດ້ອຸທິດຕົນເອງໃນການສຶກສາພະຄໍາພີຢ່າງລະມັດລະວັງເປັນເອກະລາດລາວບໍ່ມີການຮ້ອງຂໍວິໄສທັດໃດໆ ຫຼື ການເປີດເຜີຍສ່ວນບຸກຄົນ.

ໃນໂລກຂອງ ດຣ. ໂທມັສໄດ້ດືງດູດການສະໜັບສະໜູນຕ່າງໆ ນາໆ ຈາກອາເມລິກາ ແລະ ອັງກິດ ທີ່ເຊື່ອຖືຄວາມຈີງໃນການສະຫຼຸບຂອງລາວ. ພ້ອມກັນນັ້ນ, ພວກເຂົາກໍໄດ້ອອກແບບ/ສ້າງ ຊຸມຊົນ ຂອງ ໂບດແຫ່ງອ້າຍເອື້ອຍນ້ອງໃນພຣະຄຣິສທ໌. ຫຼັງຈາກນັ້ນມາ, ບັນດາຊຸມຊົນຂອງໂບດແຫ່ງອ້າຍເອື້ອຍນ້ອງໃນພຣະຄຣິສທ໌ ກໍໄດ້ກໍ່ຕ້າງຂຶ້ນຢູ່ໃນຫຼາຍໆປະເທດທົ່ວໂລກ.

ວິທີຊີວິດຂອງພວກເຮົາ.

ພະຄໍາພີໄບເບີລໄດ້ໃຫ້ປະສິດທິພາບໂດຍກົງແກ່ຊີວິດຂອງພວກເຮົາ. ພວກເຮົາພະຍາຍາມສັດທາຢ່າງຈີງຈັງຕາມພະເຈົ້າ ແລະ ພັດທະນາຄວາມສັດທາທີ່ເປັນແຮງອະທິຖານ ແລະ ວຽກງານທີ່ດີ. ໃນຂະນະດຽວກັນ, ພວກເຮົາກໍຮັບຮູ້ວ່າ ການຢູ່ລອດເປັນພະຄຸນຂອງພະເຈົ້າ.

ດ້ວຍການຊ່ວຍເຫຼືອຂອງພະເຈົ້າ, ພວກເຮົາຊອກຫາຊ່ອງທາງເພື່ອສັນລະເສີນ ແລະ ເຊື່ອຟັງພະເຈົ້າໃນທຸກໆມື້, ພະຍາຍາມເພື່ອຮຽນແບບພະເຈົ້າຄຣີສຜູ້ທີ່ສັດທາຢ່າງເຕັມປ່ຽມໃນຄວາມເຊື່ອຂອງພະຜູ້ເປັນເຈົ້າ. ດັ່ງນັ້ນ, ພວກເຮົາຈຶ່ງພະຍາຍາມກະຕືລືລົ້ນຕໍ່ວຽກງານ, ຈົ່ງຮັກພັກດີໃນການແຕ່ງງານ, ເປັນຜູ້ໃຫ້ທົ່ວໄປ, ອຸທິດໃນການເທດສະໜາ ແລະ ຄິດບວກໃນວິທີການເພື່ອດໍາລົງຊີວິດໃນໂລກພາຍໃຕ້ຄໍາສອນຂອງພະເຈົ້າ.

ຂະນົບທໍານຽມທີ່ແຜ່ຂະຫຍາຍຫຼາຍໃນລະຫວ່າງ ໂບດແຫ່ງອ້າຍເອື້ອຍນ້ອງໃນພຣະຄຣິສທ໌ ແມ່ນ ການອ່ານພະຄໍາພີໄບເບີລທຸກໆມື້ດ້ວຍການໃຊ້ແຜນການອ່ານທີ່ໃຫ້ອໍານາດພວກເຮົາເພື່ອອ່ານພິໄນກໍາທັງສະບັບເກົ່າ ແລະ ໃໝ່ຢ່າງອັດຕະໂນມັດ  ຄັ້ງຕໍ່ປີ. ແນ່ນອນ, ອ່ານຫຼາຍຍິ່ງສະຫຼາດຫຼາຍ.

ພວກເຮົາກໍຍັງໄດ້ເຂົ້າຮ່ວມຫ້ອງຮຽນພະຄໍາພີໄບເບີລທິດລະ ຫຼື ຫຼາຍຄັ້ງ. ທຸກໆວັນອາທິດ, ພວກເຮົາຍັງໄດ້ເຂົ້າຮ່ວມຮັບໃຊ້ພະເຈົ້າທີ່ຮຽກກັນວ່າ: “ການພົບປະເຕືອນຄວາມຊົງຈໍາ” ຫຼື “ຊ່ວງການພັກຜ່ອນ”. ນີ້ແມ່ນຄືກັນກັບ “ນິກາຍສາສະໜາ” ຂອງໂບດບາງແຫ່ງ. ສະມາຊິກທັງໝົດຮ່ວມກັນຮັບປະທານເຂົ້າໜົມປັງ ແລະ ໄວນ໌ ແລະ “ການສະແດງຄວາມສຸກຮ່ວມກັນ” ຫຼື ການສົ່ງເສີມສິ່ງທີ່ໃຫ້ໂດຍອີງໃສ່ພະຄໍາພີໄບເບີລ. ຜູ້ເຂົ້າຮ່ວມໃນການຮັບໃຊ້ແມ່ນຈຸດສຸມຂອງຊີວິດສາສະໜາພວກເຮົາ.

ພວກເຮົາກໍມີໂຮງຮຽນໃນວັນອາທິດເຊັ່ນກັນ, ກຸ່ມເດັກ ແລະ ກຸ່ມຊາວໜຸ່ມ; ທ້າຍອາທິດຜ່ານໄປຂອງຄ້າຍການສຶກສາພະຄໍາພີໄບເບີລແມ່ນຖືກນິຍົມໂດຍໝູ່ມໆສາວໆຂອງ ໂບດແຫ່ງອ້າຍເອື້ອຍນ້ອງໃນພຣະຄຣິສທ໌ ສະເໝີ.

ພວກເຮົາຈັດໂບດໃສ່ທ້າຍອາທິດ ຫຼື ວັນອາທິດກໍເພື່ອການລວມຕົວໃຫ້ໄດ້ຫຼາຍເທົ່າທີ່ຈະຫຼາຍໄດ້ເໝືອນດັ່ງກອງປະຊຸມໃນລະດັບຂົງເຂດ, ລັດ ຫຼື ລະດັບຊາດ.

ສະມາຊິກຈໍານວນໜຶ່ງໄດ້ເດີນທາງຂ້າມປະເທດເພື່ອພາລະກິດວຽກດັ່ງກ່າວ; ການດູແລຜູ້ສູງອາຍຸຕ່າງໆໃນເຮືອນດູແລ/ຫ້ອງພັກ. ສະມາຊິກຂອງກຸ່ມຊຸມຊົນສະໜັບສະໜູນທີ່ຊ່ວຍຜູ້ທີ່ເຄາະຮ້າຍໃນເຂດອາຟຣິກກາ, ຢູໂຣບຕາເວັນອອກ ແລະ ເກາະມະຫາສະໝຸດປາຊີຟິກ. ມີສະມາຊິກຫຼາຍທ່ານກໍໄດ້ອາສາສະໝັກຢູ່ໃນຊຸມຊົນທ້ອງຖີ່ນທີ່ໃຫຍ່ກວ່າ. ມີໂຮງຮຽນເອກະຊົນຈໍານວນໜຶ່ງກໍໄດ້ຖືກສ້າງຂຶ້ນໂດຍຊຸມຊົນຂອງພວກເຮົາເຊັ່ນກັນ.

ໂບດແຫ່ງອ້າຍເອື້ອຍນ້ອງໃນພຣະຄຣິສທ໌ ແມ່ນ ການເຮັດວຽກຂອງຊຸມຊົນທີ່ໃກ້ຊິດກັນໃນການຮັບໃຊ້ພະເຈົ້າຕາມທີ່ພວກເຮົາສາມາດຈົນກວ່າພະເຢຊູຄຣີສທ໌ຈະກັບຄືນມາສ້າງອານາຈັກຂອງພະຜູ້ເປັນເຈົ້າ.

ຄວາມເຊື່ອຂອງພວກເຮົາ

ພະຄໍາພີໄບເບີລ

ພວກເຮົາເຊື່ອກັນວ່າພະຄໍາພີໄບເບີລແມ່ນຄໍາສອນທີ່ເປີດເຜີຍຂອງພະເຈົ້າເຖີງມະນຸດຊາດເທົ່ານັ້ນ, ທີ່ຖືກໃຫ້ເພື່ອນໍາບຸກຄົນທີ່ມີຄວາມຮັບຜິດຊອບໄປສູ່ຄວາມເຄົາລົບຂອງການສັດທາ. ພະຄໍາພີໄບເບີລຄືລາຍລະອຽດທີ່ຖືກຕ້ອງຂອງພວກເຮົາເທັ່ານັ້ນ ແລະ ພວກເຮົາສອນໃຫ້ຕ້ອງອ່ານເປັນປະຈໍາ ແລະ ຮັກສາດູແລໃຫ້ດີໃນທຸກໆສະຖານະການ. (ໂຣມ 16:26; ກິດຈະການ 17:11; ຕິໂມທຽວ 3:16-17; ເປໂຕ 1:20-21)

ພະເຈົ້າ

ຄືເປັນພຽງພະເຈົ້າໜຶ່ງດຽວທີ່ເປັນຊົ່ວນິລັນ ແລະ ອະມະຕະ ເທົ່ານັ້ນ. ພະເຢຊູຄຣີສທ໌ແມ່ນພະໂອລົດທີ່ກໍໃຫ້ເກີດຂອງພະເຈົ້າເທົ່ານັ້ນ ແລະ ພະວິນຍານອັນບໍລິສຸດ ແມ່ນ ພະອໍານາດຂອງພະເຈົ້າ.

ພະເຢຊູຄຣີສທ໌

ໃນຄວາມຮັກຂອງພະເຢຊູຄຣີສທ໌, ພະເຈົ້າໄດ້ສົ່ງພະໂອລົດຂອງພະອົງ, ໂດຍຜູ້ຊາຍທີ່ຊື່ເຢຊູລົງສູ່ໂລກມະນຸດເພື່ອຖ່າຍບາບໃຫ້ແກ່ມະນຸດ. ຜູ້ໃດທີ່ເຊື່ອຖືໃນພະເຈົ້າຈະບໍ່ຮູ້ຕາຍ ແຕ່ຈະມີຊີວິດອະມະຕະ. (ລູກາ 1:35; ມັດທາຍ 1:20-21; 3:17; ໂຢຮັນ 3:16)

ມະນຸດ

ມະນຸດແມ່ນຜູ້ທີ່ຮູ້ຕາຍ ແລະ ທໍາບາບກ່ອນພະເຈົ້າ. ໃນຊີວິດຕົວເອງມັກກໍ່ບາບ ແລະ ລົງໂທດບາບດ້ວຍຄວາມຕາຍ, ໃນຈຸດຈົບຂອງທຸກໆຊີວິດ. (ໂຢບ 4:17; ໂຣມ 3:23; ເຢເຣມີ 17:9; ມາຣະໂກ 7:21-23; ຢາໂກໂບ 1:13-15; ໂຣມ 6:23; ປັນຍາຈານ 9:5-10; ເພງສັຣເສີນ 146:4)

ຄວາມຫວັງ

ຄວາມຫວັງຂອງຊີວິດຫຼັງຈາກຕາຍເປັນພຽງການກັບຄືນມີຊີວິດໃໝ່ຂອງຮ່າງກາຍ ແລະ ຊີວິດທີ່ອະມະຕະໃນໂລກແຫ່ງອານາຈັກຂອງພະເຈົ້າ. (ເພງສັຣເສີນ 49:12-20; ໂກຣິນໂທ 15:12-50; ໂຣມ 8:22-39; ກິດຈະການ 24:15; ໂຢຮັນ 11:25-26; ພຣະນິມິດ 5:10; 20)

ການເສຍສະຫຼະຂອງພະເຈົ້າເຢຊູຄຣີສທ໌

ພະເຈົ້າເຢຊູຄຣີສ໌ເປັນຜູ້ຮ້າຍບາບ, ພະເຈົ້າເຢຊູຕາຍເພື່ອສະແດງຄວາມຊອບທໍາຂອງພະເຈົ້າ ແລະ ເພື່ອຊົດໃຊ້ຄວາມຜິດຜາດຂອງຜູ້ທີ່ໄດ້ຮັບການເສຍສະຫຼະຄັ້ງນີ້ດ້ວຍການສັດທາ. ພະເຈົ້າໄດ້ປຸກພະອົງຟື້ນຈາກຄວາມຕາຍ, ໃຫ້ຊີວິດອະມະຕະໃຫ້ແກ່ພະອົງ, ໄດ້ມອບອໍານາດທັງໝົດໃຫ້ທັງໃນສະຫວັນ ແລະ ໂລກຂອງມະນຸດ, ແລະ ສ້າງໃຫ້ພະອົງເປັນຄົນກາງລະຫວ່າງພະເຈົ້າກັບມະນຸດ. (ເອເຟໂຊ 1:19-23; ຕິໂມທຽວ 2:5-6; ເຮັບເຣີ 4:14-16; ໂຣມ 3:21-26)

ການກັບມາຂອງພະເຈົ້າເຢຊູ

ພະເຈົ້າເຢຊູຈະກັບມາຍັງໂລກມະນຸດເຮົາໃນໄລຍະອັນໃກ້ນີ້. ຈາກນັ້ນ, ພະອົງຈະປຸກຊີວິດທີ່ຕາຍໄປຄືນມາ, ຕັດສີນຜູ້ທີ່ຍັງມີຊີວິດຢູ່ ແລະ ໃຫ້ຊີວິດອະມະຕະແກ່ຜູ້ທີ່ສັດທາໃນຕົວພະອົງໃນໂລກຂອງພະເຈົ້າ. (ກິດຈະການ 1:11; ພຣະນິມິດ 22:12; ລູກາ 21:20-32; ໂຢຮັນ 5:28-29; ດານີເອນ 12:2; ຕິໂມທຽວ 4:1; ມັດທາຍ 25:31-34)

ໃນໂລກຂອງພະເຈົ້າ

ໂລກຂອງພະເຈົ້າຈະຖືກສ້າງຂຶ້ນຢູ່ໃນໂລກຂອງມະນຸດ. ພະເຢຊູຈະເປັນເຈົ້າຊີວິດແຫ່ງນະຄອນ Jerusalem, ອານາຈັກອັນກວ້າງໃຫຍ່ ແລະ ລັດຖະບານຂອງພະອົງຈະນໍາມາເຊິ່ງຄວາມຖືຕ້ອງຊົ່ວນິລັນ ແລະ ສັນຕິພາບ. (ດານີເອນ 2:44; 7:27; ກິຈການ 3:21; ເຢເຣມີ 3:17; ເອຊາຢາ 2:2-4; ເພງສັຣເສີນ 72; ດານີເອນ 7:14; ເອຊາຢາ 9:6-9; 11:1-9; 61:1-11)

ຄໍາໝັ້ນສັນຍາ

ຄໍາສອນຂອງພະເຈົ້າເຢຊູບໍ່ສາມາດແຍກອອກຈາກຄໍາໝັ້ນສັນຍາ, ທີ່ພະເຈົ້າສ້າງໃຫ້ອາບຣາຮາມ ແລະ ເດວິດ ໃນພະຄໍາພີເກົ່າ. ຄໍາໝັ້ນສັນຍາດັ່ງກ່າວນີ້ເຮັດໃຫ້ເຫັນຄວາມສໍາເລັດຂອງພະອົງໃນພະເຢຊູຄຣີສທ໌. (ຕົ້ນກໍາເນີດ 13:14-17; 22:15-18; ຊາມູເອນ 7:12-16; ລູກາ 1:31-33; ຄາລາເຕຍ 3:6-9, 16, 26-29)

ວິທີທາງຂອງການຢູລອດ

ວິທີທາງເພື່ອເຂົ້າເຖີງອານາຈັກຂອງພະເຈົ້າແມ່ນດ້ວຍຄວາມສັດທາ. ອັນນີ້ກ່ຽວຂ້ອງກັບຄວາມເຊື່ອໃນພະຄໍາພີໄບເບີລ ແລະ ການເຊື່ອຟັງທີ່ວ່າຜູ້ໍຊາຍ ແລະ ຜູ້ຍິງສາລະພາບບາບຂອງພວກເຂົາ, ກັບໃຈ, ເຂົ້າເປັນຄຣີສສາໜາ ຕາມຮອຍພະເຢຊູຢ່າງສັດທາ. (ເຮັບເຣີ 11:6; ເທຊະໂລນິກ 2:13; ຕິໂມທຽວ 3:15; ກິດຈະການ 2:37-38; 4:12; ມາຣະໂກ 16:16; ໂຢຮັນ 3:3-5; ມັດທາຍ 16:24-27)

ຊີວິດໃນຄຣີສທ໌

ດັ່ງທີ່ຜູ້ຕາມຮອຍພະເຢຊູຄຣີສທ໌ ພວກເຮົາພະຍາຍາມເຮັດຕາມຕົວຢ່າງຂອງພະອົງເທົ່າທີ່ພວກເຮົາສາມາດ. ພວກເຮົາເຊື່ອໃນການຮັກສາຜູ້ຄົນດ້ວຍຄວາມນັບຖື ແລະ ກຽດສັກສີ. ຊຸມຊົນຂອງພວກເຮົາອາດສາມາດດໍາລົງໄດ້ໃນໂລກຂອງຊຸມຊົນ ແຕ່ ແຕກຕ່າງຈາກທາງການເມືອງ. ເຊື່ອວ່າກົດໝາຍຂອງປະເທດທີ່ພວກເຮົາດໍາລົງຢູ່ສາມາດເອື້ອໃຫ້ພວກເຮົາສາມາດນະມັດສະການຢ່າງທໍາມະດາ ແລະ ອິດສະຫຼະໄດ້.

ພວກເຮົາຕ້ອງປ່ອຍໃຫ້ພະຄໍາພີໄບເບີລເປັນຜູ້ສອນ ແລະ ຕັດສິນວິທີທາງທີ່ພວກເຮົາຮັກສາພະເຈົ້າຂອງພວກເຮົາ ດັ່ງທີ່ຜູ້ເຊື່ອຖືໄດ້ແຍກໂລກຂອງເຮົາອອກຕາງຫາກ. ພວກເຮົາແມ່ນພົນລະເມືອງຂອງອານາຈັກແຫ່ງພະເຈົ້າ. ( ເປໂຕ 2:13-17; ໂຣມ 12:9-21; ໂຣມ 13:1-7; ເອເຟໂຊ 4:29-32; ກິດຈະການ 5:29)

ກົດໃນການດໍາລົງຊີວິດຂອງຊາວຄຣີສຕຽນ

“ຫາກທ່ານຮັກຂ້າພະເຈົ້າ, ທ່ານຄວນເຊື່ອທີ່ຂ້າພະເຈົ້າສັ່ງສອນ” (ໂຢຮັນ 14:15)

. ຮັກພະຜູ້ເປັນເຈົ້າ ພະເຈົ້າຈະຢູ່ໃນໃຈທ່ານສະເໝີ (ມັດທາຍ 22:37)

. ຮັກເພື່ອນບ້ານຂອງທ່ານເທົ່າທ່ານຮັກຕົວເອງ (ມັດທາຍ 22:39)

ພະເຢຊູຜູ້ເປັນແບບຢ່າງຂອງພວກເຮົາ

. ຖືຄຣີສທ໌ເປັນແບບຢ່າງ ແລະ ຕາມຮອຍພະອົງທຸກບາດກ້າວ. . ( ເປໂຕ 2:21;        ລູກາ 14:27)

. ເປັນຜູ້ຕາມພະເຈົ້າ. ປ່ອຍໃຫ້ການສອນຂອງຄຮີສທ໌ຢູ່ໃນຕົວທ່ານ. ຈົ່ງເປັນແບບຢ່າງທີ່ໜ້າຈົດຈໍາ. (ເອເຟໂຊ 3:17; ໂກໂລຊາຍ 3:16; ມັດທາຍ 5:16; ຟີລິປອຍ 2:16)

ສານຸສິດ

. ຈົ່ງສຶບຕໍ່ສະແດງຄວາມສັດທາຂອງທ່ານ ແລະ ຄວາມໄວ້ໃຈໃນພະເຈົ້າ. ( ໂກຣິນໂທ 16:13;           ຕິໂມທຽວ.6:12; ເຮັບເຣີ 11:6; ຕິໂມທຽວ.1:13; 2:22)

. ຈົ່ງທໍາໃຈບໍລິສຸດໃນສິ່ງທ່ານເຮັດ. ຈົ່ງກະຕືລືລົ້ນ ແລະ ບໍ່ຮູ້ເມື່ອຍໃນປະສິດທິພາບທີ່ຈະທໍາສິ່ງທີ່ດີ. ( ເປໂຕ 1:1 5-16; ເອເຟໂຊ 6:5-8; ຕິໂຕ 2:14; ຄາລາເຕຍ 6:9)

. ເມື່ອທ່ານລົງມືທໍາ, ຈົ່ງທໍາດ້ວຍໃຈ ເພື່ອພະຜູ້ເປັນເຈົ້າ. (ໂກໂລຊາຍ 3:23)

. ຢ່າງໃດກໍຕາມຈົ່ງຕາມຮອຍສິ່ງທີ່ເປັນຈີງ, ດີງາມ, ຖືກຕ້ອງ, ສັດຊື່, ທ່ຽງທໍາ, ບໍລິສຸດ, ໜ້າຮັກ, ລາຍງານດີ, ມີຄຸນນະທໍາ ແລະ ຄວນສັນລະເສີນ. (ຟີລິປອຍ 4:8)

. ຈົ່ງຄວບຄຸມຕົວເອງ, ເຫັນອົກເຫັນໃຈ, ໃຈດີ, ຖ່ອມຕົນ, ສຸພາບ, ອ່ອນໂຍນ, ເມດຕາກາລຸນາ, ໃຫ້ອາໄພ, ສູຂຸມ, ເຄັ່ງຂຶມ, ສະໜິດສະໜົມ ແລະ ອົບອຸ່ນ. (ຟີລິປອຍ 4.5; ໂກໂລຊາຍ 3:12-14; ຕິໂມທຽວ.2:24; ຕິໂຕ 2:2; ເອເຟໂຊ 4:32; ເປໂຕ.1:13; 5:8)

໑໐. ຈົ່ງມີສະຕິ, ລະມັດລະວັງ, ກ້າຫານ, ປາບປຶ້ມ, ອ່ອນນ້ອມ, ບໍ່ມີມົນທິນ, ບໍ່ມີພິດໄພ ແລະ ອາລົມສະເໝີຕົ້ນສະເໝີປາຍ ພ້ອມຮັບການກັບມາຂອງພະອົງ. ( ໂກຣິນໂທ 16:13; ຟີລິປອຍ 2:5; 4:4; ເທຊະໂລນິກ 5:6-10)

໑໑. ຈົ່ງເລືອກທີ່ຈະຄິດເຖີງດ້ານຈິດໃຈ, ບໍ່ແມ່ນດ້ານຮ່າງກາຍ ແລະ ວິທີການນີ້ທ່ານຈະກາຍເປັນຄົນໃໝ່. (ໂຣມ 12:2; ໂກໂລຊາຍ 3:2; ໂຢຮັນ 2:15)

໑໒. ເມື່ອທ່ານກະທໍາສິ່ງໃດຈົ່ງພິຈາລະນາຜົນກະທົບໃນການກະທໍາຂອງຕົວທ່ານໃນກຽດສັກສີຂອງຊື່ພະເຈົ້າລະຫວ່າງມະນຸດດ້ວຍກັນ. ກະທໍາທຸກຢ່າງເພື່ອຄວາມພາກພູມໃຈຂອງພະເຈົ້າ. ( ໂກຣິນໂທ 10:31; 3:17)

໑໓. ຈົ່ງຍິນດີໃນຄວາມຫວັງ ແລະ ໃຈເຢັນໃນເວລາກົດດັນ. (ໂຣມ 12:12)

໑໔. ຈົ່ງຮັກສັດຕູຂອງທ່ານ ແລະ ທໍາດີກັບຜູ້ທີ່ຊັງທ່ານ, ຈົ່ງເປັນຜູ້ໃຫ້ອາໄພ. (ມັດທາຍ 5:44; ໂຣມ 12:17; ໂກໂລຊາຍ 3:3; Matthew.6:14-15; 18:21-35)

໑໕. ຈົ່ງຊ່ວຍແບກພາລະເຊິ່ງກັນ ແລະ ກັນ ແລະ ດ້ວຍເຫດຜົນບໍາເພັນຕາມກົດຂອງພະເຈົ້າຄຣິສທ໌. ຮັກແພງຄົນອື່ນ, ຮັບໃຊ້ຄົນອື່ນດ້ວຍຄວາມຮັກ, ດໍາລົງຊີວິດເປັນຊີວິດຮັກເໝືອນພະເຈົ້າຄຣີສທ໌ຮັກພວກເຮົາ. (ຄາລາເຕຍ 6:2; ຟີລິປອຍ 2:4; ໂຢຮັນ 13:34-35; ເອເຟໂຊ 5:2)

໑໖. ຈົ່ງກະທໍາທຸກຢ່າງດ້ວຍຄວາມຮັກ, ແລະ ຂຶ້ນກັບກັນ ແລະ ກັນ. ( ໂກຣິນໂທ 16:14; ເປໂຕ.5:5)

 

ການອະທິຖານ ແລະ ການສາລະພາບ

໑໗. ຈົ່ງອະທິຖານເພື່ອການໃຫ້ອາໄພແກ່ບາບກໍາຂອງທ່ານເອງ. (ມັດທາຍ 6:12-14; ໂຢຮັນ 1:9)

໑໘. ຈົ່ງຢ່າຈົມລົງກັບຄວາມກັງວົນຂອງຊີວິດ. . (ມັດທາຍ 6:31-4; ລູກາ 21:34-36)

໑໙. ຈົ່ງຫຼີກເວັ້ນຄວາມຂົ່ມຂືນ, ຄວາມໂມໂຫ, ຄວາມໃຈຮ້າຍ, ການທະເລາະກັນ, ຄວາມແຕກແຍກກັນ, ການແຍກກຸ່ມ, ການຫຼອກລວງ, ຄວາມອິດສາ, ຄວາມໂລບມາກ, ເຫັນແກ່ຕົວ, ຄວາມໄຝ່ສູງ, ການຜິດສິນທາງເພດ, ການຫຼົງໄຫຼ, ການໃຊ້ເມດມົນ, ເປັນຜູ້ສອນໃນທາງທີ່ຜິດ. (ເອເຟໂຊ 4:31; 5:3; ເປໂຕ 2:1; ຄາລາເຕຍ 5:19-21; ເປໂຕ 2:1)

໒໐. ຈົ່ງຂອບໃຈພະເຈົ້າໃນທຸກຢ່າງ ແລະ ຍອມຮັບພະອົງໃນທຸກສິ່ງ. (ເອເຟໂຊ 5:20; Proverbs3:6)

໒໑. ຈົ່ງອາທິຖານ/ພາວານາເພື່ອຜູ້ທີ່ກົດຂີ່ ແລະ ລົບກວນທ່ານ. (ມັດທາຍ 5:44)

໒໒. ສາລະພາບຄວາມຜິດຂອງທ່ານຕໍ່ຄົນອື່ນ. (ຢາໂກໂບ 5:16)

໒໓. ຈົ່ງອາທິຖານສະເໝີ, ອາທິຖານແບບສັ້ນໆ ແລະ ງ່າຍໆ, ອາທິຖານດ້ວຍຕົວເອງ. (ລູກາ 18:1; ມັດທາຍ 6:6-8)

໒໔. ຈົ່ງອາທິຖານເພື່ອຫຼີກເວັ້ນອະບາຍະມຸກຕ່າງໆ. (ມັດທາຍ 6:13: 26:41)

ການເຊື່ອຟັງ ແລະ ການຄ້ອຍຕາມ/ການປັບຕົວຕາມ

໒໕. ຈົ່ງເຊື່ອຟັງຜູ້ມີອໍານາດ ເວັ້ນແຕ່ເມື່ອເຂົາຜິດຕໍ່ກົດຂອງພະເຈົ້າ. ( ເປໂຕ 2:13; ກິດຈະການ 5:29)

໒໖. ຈົ່ງສະແດງຄວາມຊື່ສັດ, ຄວາມຈີງໃຈ ແລະ ນໍ້າສຽງໃນການປາໄສວ່າ ບໍ່ໄດ້ປະນາມ ຫຼື ປັກປໍາ, ດັງນັ້ນ, ສິ່ງດັ່ງກ່າວໄດ້ຄັດຄ້ານຕໍ່ສິ່ງບໍ່ດີທີ່ກ່າວເຖີງພວກເຮົາ. (ຕິໂຕ 2:7-8)

໒໗. ຈົ່ງປະຕິເສດຄວາມບໍ່ສັດທາໃນພະເຈົ້າ ແລະ ໂລກກິເລດຕັນຫາ ແລະ ດໍາລົງຊີວິດດ້ວຍຕົວເອງ, ຊື່ສັດສຸດຈະລິດ ແລະ ສັດທາໃນພະເຈົ້າ. (ຕິໂຕ 2:12)

ການໃຫ້, ການແບ່ງປັນ ແລະ ການຮັບ

໒໘. ຈົ່ງເອີຍເຖີງພະອົງເພື່ອລະນືກທຸກວັນ, ຕໍ່ເນື່ອງໃນຊ່ວງພັກຜ່ອນດັ່ງທີ່ພະອົງໄດ້ຮັບສັ່ງໄວ້.( ມັດທາຍ 26:26-27; ໂກຣິນໂທ 11:24-26; ກິດຈະການ 2:42; 20:27; ໂກຣິນໂທ 16:2)

໒໙. ຈົ່ງກະທໍາທຸກຢ່າງເພື່ອຄົນອື່ນດັ່ງທີ່ທ່ານຢາກໃຫ້ເຂົາທໍາເພື່ອຕົນເອງ. (ມັດທາຍ 7:12)

໓໐. ຈົ່ງໃຫ້ທຸກຄົນທີ່ຂໍຮ້ອງທ່ານ ແລະ ຫາກມີຜູ້ໄດ້ເອົາຂອງທ່ານໄປ ຈົ່ງຢ່າຮຽກຮ້ອງຄືນຈາກເຂົາ. (ລູກາ 6:29-30)

໓໑. ຈົ່ງຖ່ອມຕົວ ແລະ ຍອມຮັບວຽກງານທີ່ຕໍ່າຕ້ອຍ, ຈົ່ງສ້າງເພື່ອນກັບຄົນທີ່ຖ່ອມຕົວ.( ມັດທາຍ 23:10-12; ໂຣມ 12:16)

໓໒. ຈົ່ງພໍໃຈກັບສິ່ງທີ່ທ່ານມີ, ແບ່ງປັນໃຫ້ຄົນອື່ນ ແລະ ຊ່ວຍເຫຼືອເມື່ອເຂົາຕ້ອງການ. ( ຕິໂມທຽວ 6:8; ໂຣມ 12:13; ເຮັບເຣີ 13:16; ຢາໂກໂບ 1:27)

໓໓. ເມື່ອທ່ານໃຫ້ສິ່ງຂອງແກ່ຜູ້ທີ່ຂັດສົນ ຈົ່ງທໍາແບບງຽບໆ ແລະ ດ້ວຍຕົວທ່ານເອງ. (ມັດທາຍ 6:1-4)

໓໔. ຈົ່ງໃຫ້ທຸກຄົນທີ່ທ່ານເປັນໜີ້ເຂົາ, ບໍ່ວ່າຈະເປັນເງິນ, ຄວາມນັບຖື ຫຼື ກຽດສັກສີ. (ໂຣມ 13:7-8)

໓໕. ຈົ່ງປິຕິຍິນດີກັບຜູ້ທີ່ປິຕິຍິນດີ, ເປັນທຸກກັບຜູ້ທີ່ເປັນທຸກ. (ໂຣມ 12:15)

ການແກ້ໄຂຄວາມຂັດແຍ້ງ

໓໖. ຈົ່ງດໍາລົງຊີວິດແບບສັນຕິກັບທຸກຄົນ, ງຽບເພື່ອຮັບຟັງ, ລະວັງວາຈາ ແລະ ຄວາມໂກດແຄ້ນ. (ເຮັບເຣີ 12:14; ຢາໂກໂບ 1:19)

໓໗. ຈົ່ງແກ້ໄຂຂໍ້ຂັດແຍ້ງຢ່າງໄວວາ; ຍອມຮັບຜິດ ຫຼື ສໍ້ກົງ. (ມັດທາຍ 5:25; ໂກຣິນໂທ 6.7)

໓໘. ຈົ່ງຢ່າໃຊ້ຄືນຄວາມຊົ່ວຮ້າຍເພື່ອຄວາມຊົ່ວຮ້າຍ ຫຼື ຢຽບຢາມດ້ວຍການຢຽບຢາມ. ຕອບສະໜອງດ້ວຍການໃຫ້ພອນ ແທນ. (ມັດທາຍ 5: 39-40; ເປໂຕ 3:9; ໂຣມ 12:17, 21)

໓໙. ຫາກອ້າຍນ້ອງທ່ານທໍາບາບດ້ວຍການຕໍ່ຕ້ານທ່ານ, ຈົ່ງໄປຫາເຂົາດ້ວຍຕົວເອງ ແລະ ແກ້ໄຂບັນຫາດ້ວຍຄວາມສູພາບອ່ອນໂຍນ. (ມັດທາຍ 18:15; ຄາລາເຕຍ 6:1)

໔໐. ຈົ່ງຢ່າຕັດສິນຄົນອື່ນດັ່ງທີ່ຄົນອື່ນຕັດສິນຕົວທ່ານ. (ມັດທາຍ 7:1-2)

ການປາໄສ

໔໑. ຈົ່ງກ່າວເຖີງຂ່າວປະເສີດ ແລະ ຄວາມເຊື່ອຂອງທ່ານໃນທຸກໂອກາດ.( ມາຣະໂກ 16:15; ຕິໂມທຽວ 4:2; ໂຣມ 10:8-10)

໔໒. ຈົ່ງປ່ອຍການສື່ສານຂອງທ່ານຢ່າງເຕັມທີ່ດ້ວຍຄວາມສະຫງ່າງາມ, ແລ້ວທ່ານຈະຮູ້ວິທີຕອບກັບໃຫ້ທຸກຄົນ. (ໂກໂລຊາຍ 4:6)

໔໓. ຈົ່ງໃຫ້ພອນແກ່ຜູ້ທີ່ສາບແຊ່ງທ່ານ, ຈົ່ງຢ່າປ່ອຍຄໍາສາບແຊ່ງອອກຈາກປາກຂອງທ່ານ. (ມັດທາຍ 5:44; ໂຣມ 1 2:14)

໔໔. ຫຼິກເວັ້ນການຕົວະ, ຈົ່ງປາໄສຢ່າງເປັນຈີງກັບເພື່ອນບ້ານຂອງທ່ານ. (ໂກໂລຊາຍ 3:9; ເອເຟໂຊ 4:25)

໔໕. ຈົ່ງຢ່າໃສ່ຮ້າຍປ້າຍສີຄົນອື່ນ ແລະ ຢ່າໃຫ້ເຫດຜົນຄົນທີ່ໃສ່ຮ້າຍປ້າຍສີທ່ານ. ( ຕິໂມທຽວ 5:14; ຕິໂຕ 3:2)

໔໖. ຈົ່ງຢ່າສາບານອັນໃດທັງນັ້ນ, ຈົ່ງວາຈາພຽງ: “ແມ່ນ” ແລະ “ບໍ່” ເທົ່ານັ້ນ. (ມັດທາຍ 5:34)

໔໗. ຈົ່ງອ່ອນນ້ອມໃຫ້ຄົນອື່ນດ້ວຍຄວາມເຄົາລົບ ເພື່ອພະເຈົ້າຄຣີສທ໌, ພັນລະຍາ, ແລະ ສາມີສຸດທີ່ຮັກຂອງທ່ານ. (ເອເຟໂຊ 5:21-6:4; ໂກໂລຊາຍ 3:18-21; ຕິໂຕ 2:4)

໔໘. ລູກຈົ່ງເຊື່ອຟັງພໍ່ແມ່, ພໍ່ຈົ່ງສົ່ງເສີມລູກ ແລະ ຈົ່ງລະມັດລະວັງຢ່າທໍາລາຍລູກ. (ເອເຟໂຊ 6:4; ໂກໂລຊາຍ 3:21)

໔໙. ຄົນຮັບໃຊ້ ຈົ່ງຍອມອ່ອນນ້ອມຕົວທ່ານເອງດ້ວຍຄວາມເຄົາລົບ, ຮຽນຮູ້ຮັກສາການເປັນຄົນໃຊ້ໂດຍດີ. ( ເປໂຕ.2:18; ເອເຟໂຊ 6:5-7)

໕໐. ພີ່ນ້ອງ ຈົ່ງດໍາລົງຊີວິດຢ່າງຮັກແພງກັນ/ກົມກຽວກັນ. (ເຮັບເຣີ.13:1; ຄາລາເຕຍ 6:2)

 

                        ຊມ ແດນດູ